ປະເພດປື້ມ

ຄວາມເຈັບປວດທີ່ງົດງາມ

29,000 ₭ ນໍ້າໜັກ 0.20 kg

ສະຖານະຂອງປື້ມ: ພ້ອມສົ່ງ

ບູຮານວ່າ “ໜູກັດຫູກ ຈຶ່ງຮູ້ຄຸນແມວ ລູກແຂວນແອວ ຈຶ່ງຮູ້ຄຸນພໍ່ແມ່” ປຶ້ມ “ຄວາມເຈັບປວດທີ່ງົດງາມ” ຜົນງານການຂຽນຂອງ ດອກຄູນ ນະ ຊຽງຂວາງ, ເໝາະສຳລັບໄວລຸ່ນທັງຫຼາຍ ໂດຍສະເພາະແມ່ນແມ່ຍິງ. ປຶ້ມ ຄວາມເຈັບປວດທີ່ງົດງາມ ເປັນບົດບັນທຶກ ທີ່ບັນຍາຍຄວາມຮູ້ສຶກ, ປະສົບການອັນໜຶ່ງຈາກຊີວິດຂອງຜູ້ຂຽນເອງ ທີ່ໄດ້ພົບກັບຄວາມຜິດພາດອັນໃຫຍ່ຫຼວງ ກັບການຕັດສິນໃຈອັນເດັດດ່ຽວ ເພື່ອຈະກ້າວເຂົ້າສູ່ອາຊີບທີ່ຕ້ອງໃຊ້ໃຈເຮັດ ໂດຍບໍ່ໄດ້ເງິນເດືອນ, ບໍ່ມີຫົວໜ້າ, ບໍ່ມີລູກນ້ອງ ເຊິ່ງຈະເປັນ ອາຊີບໃດນັ້ນ ເປັນສິ່ງທີ່ຜູ້ອ່ານທຸກທ່ານຈະຕ້ອງຫາຄຳຕອບນຳກັນ ໃນປຶ້ມເຫຼັ້ມນີ້.... ສິ່ງທີ່ສ້າງຄວາມປະທັບໃຈຜູ້ອ່ານຫຼາຍທີ່ສຸດກໍຄື ການເອົາເລື່ອງໃກ້ຕົວມາບັນຍາຍດ້ວຍຄຳເວົ້າທີ່ລະມຽດລະໄມ, ມີມະໂນພາບ ແລະຄຳເວົ້າຫຼາຍໆຄຳ ສາມາດເປັນຄະຕິໃຫ້ຜູ້ອ່ານໄດ້.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ທອງຄູນ
ຜູ້ຈຳໜ່າຍ ທອງຄູນ
ພີມຄັ້ງທີ່ 0
ພີມປີ 2019
Scroll