ເສັ້ນທາງແຫ່ງຊີວິດ
60,000 ₭
ນໍ້າໜັກ 0.50 kg
ເລື່ອງ “ເສັ້ນທາງແຫ່ງຊີວິດ”, ເປັນຜົນງານຂອງ ທ່ານ ຈັນທີ ເດືອນສະຫວັນ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກອ່ານຢ່າງກວ້າງຂວາງໄດ້ມີການຈັດພິມເຖິງ 6 ຄັ້ງ, ເໝາະສໍາລັບທຸກເພດທຸກໄວ.
ເລື່ອງດັ່ງກ່າວ, ຜູ້ຂຽນໄດ້ກ່າວເຖິງຄວາມທຸກຍາກລໍາບາກຂອງຕົວລະຄອນຂ້ອຍຢູ່ພາຍໃຕ້ແປວໄຟແຫ່ງສົງຄາມ ເກືອບຈະບໍ່ເຫັນແສງສະຫວ່າງໃນຊີວິດ ແລະເມື່ອມາພົບກັບຂະບວນການປະຕິວັດ “ຂ້ອຍ”ຈຶ່ງໄດ້ພົບກັບຊີວິດໃໝ່ທີ່ງົດງາມ.
ນອກຈາກນີ້, ເລື່ອງ “ເສັ້ນທາງແຫ່ງຊີວິດ”, ຍັງຊ່ວຍໃຫ້ເຮົາຮູ້ພາສາທ້ອງຖິ່ນ ຍັງເປັນແບບຢ່າງ ແລະບົດຮຽນໃຫ້ແກ່ນັກຂຽນລຸ້ນໃໝ່ ຜູ້ທີ່ກໍາລັງເຝິກຂຽນນະວະນິຍາຍອີກດ້ວຍ.