30,000 ₭
ລະຫັດປື້ມ: #E-000110
ສະຖານະ: ພ້ອມສົ່ງ
ສົງຄາມຍ່ອມເຮັດໃຫ້ເກີດການພັດພາກ ແລະຄວາມພັດພາກ ຍ່ອມນຳມາເຊິ່ງຄວາມໂສກເສົ້າຫງ່ວມເງົາ.
“ເມື່ອແມ່ເຂົ້າຄຸກ” ເປັນປຶ້ມທີ່ມີສອງພາສາ, ຂຽນໂດຍ ດວງເດືອນ ບຸນຍາວົງ, ແປພາສາອັງກິດໂດຍ ອິນຂຽນ ເດດວົງສາ. ເປັນເລື່ອງຈິງຂອງຊີວິດຜູ້ຍິງຄົນໜຶ່ງ ເຊິ່ງໄດ້ພົບກັບຄວາມພັດພາກຈາກຜູ້ເປັນພໍ່ແຕ່ນ້ອຍ, ຈົນກະທັ້ງໃຫຍ່ຂຶ້ນຕ້ອງໄດ້ພັດພາກຈາກຜົວ, ນາງຈຳຕ້ອງໄດ້ອົດທົນຕໍ່ສູ້ກັບທຸກອຸປະສັກຕ່າງໆຂອງຊີວິດຢ່າງລະອິດລະອ້ຽວ ເພື່ອຄອບຄົວ ແລະລູກ. ນອກຈາກນີ້ ຍັງໄດ້ກ່າວເຖິງສະພາບຄວາມວຸ່ນວາຍຂອງສັງຄົມເຊິ່ງເປັນເຫດມາຈາກສົງຄາມ...
ບໍ່ພຽງແຕ່ເນື້ອເລື່ອງ ທີ່ມີຄວາມເຂັ້ມຂຸ້ນເທົ່ານັ້ນ, ສຳນວນພາສາທີ່ໃຊ້ກໍໂດດເດັ່ນ, ເມື່ອອ່ານແລ້ວ ເຮັດໃຫ້ສຳນຶກເຫັນຮູບພາບ ເຂົ້າເຖິງອາລົມຂອງເລື່ອງໄດ້ດີ ສາມາດເຮັດໃຫ້ຜູ້ຜ່ານເພີດເພີນໄປນຳໄດ້ງ່າຍ.