ເລືອດນາງຢາງດູ່
25,000 ₭
ນໍ້າໜັກ 0.35 kg
ໂຮມເລື່ອງສັ້ນ “ເລືອດນາງຢາງດູ່” ເປັນອີກເລື່ອງໜຶ່ງທີ່ສະເທືອນອາລົມຈິດຜູ້ອ່ານ, ມີຫຼາກຫຼາຍສີສັນທີ່ໜ້າສົນໃຈ ບໍ່ວ່າຈະເປັນ ເນື້ອໃນ ແລະສິລະປະການໃຊ້ພາສາ. ເຊິ່ງເປັນຜົນງານຂອງ ທ່ານ ຄໍາອ້ວນ ພິດສະລາດ ເໝາະສໍາລັບໄວໜຸ່ມຜູ້ທີ່ກໍາລັງໃຝ່ຫາຄວາມຮັກ ແລະຄົນທົ່ວໄປ.
ເລື່ອງນີ້, ໄດ້ກ່າວເຖິງຄວາມຮັກຂອງ ຄູ ຄໍາກອງ ກັບ ນາງ ປະທຸມມາ ແມ່ຍິງຜູ້ທີ່ຫຼົງໄຫຼລືມຕົວມົວເມົາໄປກັບວັດຖຸເງິນຄຳ ແລະໄພສັງຄົມ, ຄໍາວ່າ “ເລືອດນາງຢາງດູ່” ມີທີ່ມາແນວໃດ ພວກເຮົາສາມາດໄປຫາຄໍາຕອບນໍາກັນຈາກປຶ້ມຫົວນີ້.
ນອກຈາກນັ້ນ, ໃນປຶ້ມຫົວນີ້ຍັງມີອີກຫຼາຍເລື່ອງທີ່ມີເນື້ອຫາສາລະອັນເປັນບົດຮຽນ ແລະໃຫ້ຂໍ້ຄິດໃນແງ່ມູມຕ່າງໆ ເພື່ອໄປປັບໃຊ້ໃນຊີວິດປະຈໍາວັນ.