ປະເພດປື້ມ

ຕິດຕາມປື້ມໃໝ່ໄດ້ທີ່

ເລື່ອງສັ້ນ

  • ນົກນ້ອຍກັບກຸຫຼາບ
    10,000 ₭

    ລະຫັດປື້ມ: #E-000912

    ສະຖານະ: ພ້ອມສົ່ງ

    “ນົກນ້ອຍ ກັບ ກຸຫຼາບ” ຂຽນໂດຍ ອົດສະກາ ໄວດ໌ ແປໂດຍ ດາລາ ກັນລະຍາ ເປັນປຶ້ມອ່ານທີ່ໃຫ້ສາລະປະໂຫຍດ ເໝາະກັບຜູ້ອ່ານທຸກເພດທຸກໄວ. “ນົກນ້ອຍ ກັບ ກຸຫຼາບ” ໄດ້ກ່າວເຖິງຄວາມໂສກເສົ້າຂອງຊາຍໜຸ່ມນັກສຶກສາທີ່ຢາກສົມຫວັງໃນຄວາມຮັກ ແລະ ບັນຫາດັ່ງກ່າວກັບໄດ້ຮັບການຊ່ວຍເຫຼືອຈາກນໍ້າໃຈເສຍສະຫຼະຂອງນົກນ້ອຍ. ນອກຈາກນີ້, ຍັງມີອີກຫຼາຍເຫດການທີ່ໜ້າສົນໃຈ ເຊິ່ງໄດ້ສະທ້ອນພາບຄວາມຮັກປະກອບກັບຄໍາພັນລະນາທີ່ມ່ວນອອນຊອນສາມາດຈັບອົກຈັບໃຈຜູ້ອື່ນໄດ້ດີ.
  • ເບື້ອງຫຼັງຝັງໃຈ
    25,000 ₭

    ລະຫັດປື້ມ: #E-000240

    ສະຖານະ: ພ້ອມສົ່ງ

  • ຂອງຝາກ
    30,000 ₭

    ລະຫັດປື້ມ: #E-000125

    ສະຖານະ: ພ້ອມສົ່ງ

    ປຶ້ມ “ຂອງຝາກ” ປຶ້ມໂຮມເລື່ອງສັ້ນຂອງ ທ່ານ ດາວວຽງ ບຸດນາໂຄ ທີ່ປະກອບໄປດ້ວຍເນື້ອຫາສາລະທີ່ສໍາຄັນ ເໝາະສໍາລັບນັກຮຽນ, ນັກສຶກສາ ແລະຄົນທົ່ວໄປ. ປຶ້ມເຫຼັ້ມນີ້, ໄດ້ສະທ້ອນເຖິງບັນຫາຄວາມຄວາມວຸ່ນວາຍໄພສັງຄົມ, ຄວາມທຸກຍາກລຳບາກ, ຄວາມສູນເສຍ ແລະຄວາມຕາຍອັນເປັນຂອງຝາກຈາກສົງຄາມ. ພ້ອມກັນນັ້ນ, ຍັງມີຄວາມໂດດເດັ່ນທາງດ້ານພາສາ-ວັນນະຄະດີ ທີ່ມີສໍານວນສັບພາສາທີ່ມະໂນພາບ ແລະສາມາດສ້າງອາລົມຈິດທີ່ຫຼາກຫຼາຍໃຫ້ແກ່ຜູ້ອ່ານເປັນຢ່າງດີ.
  • ມົນຮັກເອັນແອັມເອັສ
    35,000 ₭

    ລະຫັດປື້ມ: #E-000103

    ສະຖານະ: ພ້ອມສົ່ງ

    ເອັມເອສເອັນ ຫຼື ຂໍ້ຄວາມ ເປັນເຄື່ອງມືສື່ສານທາງອິນເຕີເນັດທີ່ໜຸ່ມສາວໃຊ້ຕິດຕໍ່ຫາກັນຢ່າງຫຼວງຫຼາຍໃນປັດຈຸບັນນີ້. ເປັນປຶ້ມໂຮມເລື່ອງສັ້ນ ຂອງນັກຂຽນຮຸ່ນໃໝ່ ”ມົນຮັກເອັມເອສເອັນ” ຂຽນໂດຍ ວິລິນທອນ ໄດ້ກ່າວເຖິງຄວາມຮັກຄວາມຜູກພັນຂອງໜຸ່ມສາວທີ່ເກີດຂຶ້ນທາງອິນເຕີເນັດ ແລະກ່າວເຖິງຄວາມຮູ້ສຶກພິເສດຂອງຝ່າຍຍິງທີ່ມີຕໍ່ຊາຍໝຸ່ມຈົນຕ້ອງເກັບເອົາໄປຝັນວ່ານັດເຈີກັນໃນງານບຸນແຫ່ງໜຶ່ງ. ນອກຈາກນີ້, ຍັງມີອີກຫຼາຍເລື່ອງຫຼາຍລົດຊາດທີ່ໃຫ້ສາລະໂຫຍດແກ່ຜູ່ອ່ານທຸກເພດທຸກໄວບວກໃສ່ຄໍາພັນລະນາທີ່ມ່ວນອອນຊອນຈັບອົກຈັບໃຈທ່ານຜູ່ອ່ານຢ່າງແນ່ນອນ.
  • ຈາກໄປແລ້ວສິບປີ ເຫຼັ້ມ2
    65,000 ₭

    ລະຫັດປື້ມ: #E-000094

    ສະຖານະ: ພ້ອມສົ່ງ

    “ຈາກໄປແລ້ວ ສິບປີ“ເຫຼັ້ມ 2, ເປັນຜົນງານ ທ່ານ ອຸທິນ ບຸນຍາວົງ ຜົນງານແຕ່ປີ 1976 ເຖິງ 1996. ບັນດາບົດເລື່ອງທີ່ສໍາຄັນ ແລະເປັນຊັ້ນຍອດຂອງເພິ່ນແມ່ນນອນຢູ່ໃນນີ້, ເປັນປຶ້ມທີ່ເໝາະສໍາລັບໄວໜຸ່ມ ແລະຄົນທົ່ວໄປ. ເພິ່ນໄດ້ກ່າວເຖິງສະພາບສັງຄົມ, ສະພາບປະຫວັດສາດ ແລະເລື່ອງຈິງຄົນແທ້ ໃນຊ່ວງປະເທດຊາດຖືກພວກຈັກກະພັດຮຸກຮານ ອັນໃຫ້ຂໍ້ຄິດ ແລະບົດຮຽນຫຼາຍຢ່າງແກ່ສັງຄົມ. ນອກນັ້ນ, ເລື່ອງແຕ່ລະບົດຍັງມີຄວາມໂດດເດັ່ນທາງພາສາ ແລະວັນນະຄະດີສົມຄວນ ປະກອບໄປດ້ວຍສໍານວນມ່ວນອອນຊອນ ແລະ ຄໍາເວົ້າທີ່ຄົມຄາຍກິນໃຈເວລາອ່ານ
  • ຟ້າປີ້ນ
    25,000 ₭

    ລະຫັດປື້ມ: #E-000082

    ສະຖານະ: ພ້ອມສົ່ງ

  • ໃຜວ່າເງິນເປັນພະເຈົ້າ
    25,000 ₭

    ລະຫັດປື້ມ: #E-000076

    ສະຖານະ: ພ້ອມສົ່ງ

    ປັດຈຸບັນນີ້ “ເງິນ” ເປັນປັດໃຈສໍາຄັນໃນການດຳລົງຊີວິດຂອງຄົນໃນສັງຄົມ ເງິນ ສາມາດຊື້ຫຼາຍໆຢ່າງໃນຊີວິດໄດ້ ແຕ່ບາງຄັ້ງ ເງິນກໍບໍ່ອາດຊື້ຄວາມສຸກທີ່ແທ້ຈິງໄດ້. “ໃຜວ່າ ເງິນເປັນພະເຈົ້າ” ເປັນເລື່ອງໜຶ່ງທີ່ຢູ່ໃນປຶ້ມ ໂຮມເລື່ອງສັ້ນ “ໃຜວ່າ ເງິນເປັນພະເຈົ້າ” ຂອງ ດວງຈຳປາ ຫຼື ດາລາ ກັນລະຍາ, ເປັນປຶ້ມໂຮມເລື່ອງສັ້ນທີ່ກຳລັງໄດ້ຮັບຄວາມສົນໃຈຈາກນັກອ່ານທັງຫຼາຍ ໂດຍສະເພາະກໍແມ່ນໄວໜຸ່ມ, ໄວກາງຄົນ ທີ່ກໍາລັງຢູ່ໃນຊ່ວງທີ່ກຳລັງຢາກໄດ້ຢາກມີ... ເພິ່ນໄດ້ກ່າວເຖິງ ສີບົວ ຍິງສາວທີ່ຕ້ອງໄດ້ສູ້ຊີວິດມາແຕ່ເປັນເດັກນ້ອຍ ຍ້ອນຄອບຄົວຂາດເຂີນ ອັນເປັນສາເຫດເຮັດໃຫ້ນາງນັບຖືເງິນເປັນດັ່ງພະເຈົ້າ, ແລະຄວາມຜິດພາດ ແລະປະສົບການຊີວິດ ອັນໂສກເສົ້າເຮັດໃຫ້ນາງຮູ້ວ່າ ເງິນບໍ່ສາມາດຊື້ທຸກສິ່ງທຸກຢ່າງໄດ້ໂດຍສະເພາະແມ່ນຄວາມຮັກ. ນອກຈາກນີ້, ຍັງມີເລື່ອງອື່ນໆ ທີ່ໜ້າສົນໃຈ , ໃຫ້ປະໂຫຍດໃຫ້ແງ່ຄິດຫຼາຍຢ່າງ ໂດຍສະເພາະແມ່ນການສ່ອງແສງສັງຄົມໃນແງ່ມູມຕ່າງໆ ດ້ວຍຄຳເວົ້າທີ່ທຳມະດາ ແຕ່ມີຄວາມໝາຍເລິກເຊິ່ງກິນໃຈຜູ້ອ່ານໄດ້ດີ.
  • ຮອຍຍິ້ມທີ່ບໍ່ມີກິ່ນເຫຼົ້າ
    25,000 ₭

    ລະຫັດປື້ມ: #E-000061

    ສະຖານະ: ພ້ອມສົ່ງ

  • ແວ່ນຕາພໍ່
    25,000 ₭

    ລະຫັດປື້ມ: #E-000060

    ສະຖານະ: ພ້ອມສົ່ງ

  • ປາຍປາກກາ
    25,000 ₭

    ລະຫັດປື້ມ: #E-000058

    ສະຖານະ: ພ້ອມສົ່ງ

  • ດອກຕົດໝາບານ
    15,000 ₭

    ລະຫັດປື້ມ: #E-000053

    ສະຖານະ: ພ້ອມສົ່ງ

  • ກຸຫຼາບປ່ຽນສີ
    25,000 ₭

    ລະຫັດປື້ມ: #E-000052

    ສະຖານະ: ພ້ອມສົ່ງ

  • ຄວາມຮັກຄວາມຜູກພັນ
    25,000 ₭

    ລະຫັດປື້ມ: #E-000048

    ສະຖານະ: ພ້ອມສົ່ງ

  • ຄົນງາມຫາຍສາບສູນ
    25,000 ₭

    ລະຫັດປື້ມ: #E-000044

    ສະຖານະ: ພ້ອມສົ່ງ

  • ຫຼັ່ງເຫື່ອເພື່ອພົ້ນທຸກ
    25,000 ₭

    ລະຫັດປື້ມ: #E-000040

    ສະຖານະ: ພ້ອມສົ່ງ

Scroll