ມົນຮັກເອັນແອັມເອັສ
35,000 ₭
ນໍ້າໜັກ 0.25 kg
ເອັມເອສເອັນ ຫຼື ຂໍ້ຄວາມ ເປັນເຄື່ອງມືສື່ສານທາງອິນເຕີເນັດທີ່ໜຸ່ມສາວໃຊ້ຕິດຕໍ່ຫາກັນຢ່າງຫຼວງຫຼາຍໃນປັດຈຸບັນນີ້.
ເປັນປຶ້ມໂຮມເລື່ອງສັ້ນ ຂອງນັກຂຽນຮຸ່ນໃໝ່ ”ມົນຮັກເອັມເອສເອັນ” ຂຽນໂດຍ ວິລິນທອນ ໄດ້ກ່າວເຖິງຄວາມຮັກຄວາມຜູກພັນຂອງໜຸ່ມສາວທີ່ເກີດຂຶ້ນທາງອິນເຕີເນັດ ແລະກ່າວເຖິງຄວາມຮູ້ສຶກພິເສດຂອງຝ່າຍຍິງທີ່ມີຕໍ່ຊາຍໝຸ່ມຈົນຕ້ອງເກັບເອົາໄປຝັນວ່ານັດເຈີກັນໃນງານບຸນແຫ່ງໜຶ່ງ.
ນອກຈາກນີ້, ຍັງມີອີກຫຼາຍເລື່ອງຫຼາຍລົດຊາດທີ່ໃຫ້ສາລະໂຫຍດແກ່ຜູ່ອ່ານທຸກເພດທຸກໄວບວກໃສ່ຄໍາພັນລະນາທີ່ມ່ວນອອນຊອນຈັບອົກຈັບໃຈທ່ານຜູ່ອ່ານຢ່າງແນ່ນອນ.