ປະເພດປື້ມ

ດອກສຸດທ້າຍ ຫຼືງາມ

45,000 ₭ ນໍ້າໜັກ 0.30 kg

ສະຖານະຂອງປື້ມ: ພ້ອມສົ່ງ

ທຸກສິ່ງທຸກຢ່າງທີ່ເລືອກ ອາດຈະບໍ່ແມ່ນສິ່ງທີ່ດີທີ່ສຸດ ແຕ່ຖ້າເຮົາຈັດວາງ ແລະນຳໃຊ້ຖືກທາງ ກໍສາມາດເປັນສິ່ງທີ່ດີ ແລະສວຍງາມໄດ້. ເລື່ອງສັ້ນ “ດອກສຸດທ້າຍ ຫຼືງາມ” ເປັນເລື່ອງໜຶ່ງ ທີ່ຢູ່ໃນປຶ້ມ ໂຮມ 3 ເລື່ອງສັ້ນທີ່ສຸດແສນແພງ “ດອກສຸດທ້າຍ ຫຼືງາມ” ຂອງ ດອກເກດ (ດວງເດືອນ ບຸນຍາວົງ)ເປັນປຶ້ມທີ່ອ່ານງ່າຍ ກຳລັງໄດ້ຮັບຄວາມສົນໃຈຈາກໄວໜຸ່ມ ໄວທີ່ກຳລັງມີຄວາມຮັກ. ເຊິ່ງເພິ່ນໄດ້ກ່າວເຖິງນາງວັນ ຜູ້ທີ່ມີພ້ອມທັງໜ້າທີ່ການງານ ກັບການຕັດສິນໃຈ ຜູ້ທີ່ປຽບທຽບການເລືອກຄູ່ຄອງໃສ່ກັບການເລືອກດອກໄມ້ ແລະນາງກໍເລືອກທີ່ຈະສ້າງຄອບຄົວກັບຄົນເຂົ້າໃຈ ຫຼາຍກວ່າຄວາມເໝາະສົມ ແລະຄວາມເຫັນດີຂອງຍາດຕິພີ່ນ້ອງຂອງນາງຕັ້ງກົດເກນໄວ້ໃຫ້. ນອກຈາກນີ້, ຍັງມີອີກສອງເລື່ອງ ທີ່ມ່ວນ, ມີເນື້ອໃນທີ່ໜ້າສົນໃຈ, ໃຫ້ທັງຄະຕິ ໃຫ້ທັງຄວາມຮູ້ ແລະວິທີການພັດທະນາຕົນທີ່ຖືກຕ້ອງ. ເວົ້າໄດ້ວ່າ ປຶ້ມຫົວນີ້ໃຫ້ແງ່ຄິດຫຼາຍຢ່າງທີ່ເປັນປະໂຫຍດແກ່ຜູ້ອ່ານ ດ້ວຍສຳນວນພາສາທີ່ຄ່ອງກັນຄືຄຳກອນໃນບາງຄັ້ງ, ຈຶ່ງເຮັດໃຫ້ສາດມາດດຶງດູດຄວາມສົນໃຈຈາກຜູ້ອ່ານໄດ້ດີ.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ທ່ານ ນາງ ດວງເດືອນ ບຸນຍາວົງ
ຜູ້ຈຳໜ່າຍ ທ່ານ ນາງ ດວງເດືອນ ບຸນຍາວົງ 20 %
ພີມຄັ້ງທີ່ 0
ພີມປີ 2019
Scroll