ປະເພດປື້ມ

ເລືອດນາງຢາງດູ່

25,000 ₭ ນໍ້າໜັກ 0.35 kg

ສະຖານະຂອງປື້ມ: ພ້ອມສົ່ງ

ໂຮມເລື່ອງສັ້ນ “ເລືອດນາງຢາງດູ່” ເປັນອີກເລື່ອງໜຶ່ງທີ່ສະເທືອນອາລົມຈິດຜູ້ອ່ານ, ມີຫຼາກຫຼາຍສີສັນທີ່ໜ້າສົນໃຈ ບໍ່ວ່າຈະເປັນ ເນື້ອໃນ ແລະສິລະປະການໃຊ້ພາສາ. ເຊິ່ງເປັນຜົນງານຂອງ ທ່ານ ຄໍາອ້ວນ ພິດສະລາດ ເໝາະສໍາລັບໄວໜຸ່ມຜູ້ທີ່ກໍາລັງໃຝ່ຫາຄວາມຮັກ ແລະຄົນທົ່ວໄປ. ເລື່ອງນີ້, ໄດ້ກ່າວເຖິງຄວາມຮັກຂອງ ຄູ ຄໍາກອງ ກັບ ນາງ ປະທຸມມາ ແມ່ຍິງຜູ້ທີ່ຫຼົງໄຫຼລືມຕົວມົວເມົາໄປກັບວັດຖຸເງິນຄຳ ແລະໄພສັງຄົມ, ຄໍາວ່າ “ເລືອດນາງຢາງດູ່” ມີທີ່ມາແນວໃດ ພວກເຮົາສາມາດໄປຫາຄໍາຕອບນໍາກັນຈາກປຶ້ມຫົວນີ້. ນອກຈາກນັ້ນ, ໃນປຶ້ມຫົວນີ້ຍັງມີອີກຫຼາຍເລື່ອງທີ່ມີເນື້ອຫາສາລະອັນເປັນບົດຮຽນ ແລະໃຫ້ຂໍ້ຄິດໃນແງ່ມູມຕ່າງໆ ເພື່ອໄປປັບໃຊ້ໃນຊີວິດປະຈໍາວັນ.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ຄຳອ້ວນ ພິດສະລາດ
ຜູ້ຈຳໜ່າຍ ແສງສຸວັນ
ພີມຄັ້ງທີ່ 0
ພີມປີ 0
Scroll