ປະເພດປື້ມ

ເຕົ່າຕໍໄມ້ ແລະ ຫ້ວຍນໍ້າ

35,000 ₭ ນໍ້າໜັກ 0.10 kg

ສະຖານະຂອງປື້ມ: ພ້ອມສົ່ງ

“ເຕົ່າ ຕໍໄມ້ ແລະ ຫ້ວຍນໍ້າ’’ ເປັນປຶ້ມປະກອບຮູບພາບ ຂຽນໂດຍ ດວງເດືອນ ບຸນຍາວົງ, ເປັນພາສາລາວ ແລະແປເປັນພາສາອັງກິດ ປຶ້ມກາບກອນສົ່ງເສີມການອ່ານສໍາລັບເດັກ ແລະຜູ້ໃຫຍ່ ໃຫ້ສາລະປະໂຫຍດແກ່ທຸກໄວ. “ ເຕົ່າ ຕໍໄມ້ ແລະ ຫ້ວຍນໍ້າ’’ ໄດ້ຍົກເອົາຊີວິດຂອງເຕົ່າ, ທີ່ທຸກທໍລະມານ, ດິ້ນຮົນຊອກຫາທີ່ຢູ່ດ້ວຍຄວາມລໍາບາກ ຍ້ອນຫ້ວຍນໍ້າບົກແຫ້ງ ແລະ ການຈູດໄມ້ທໍາລາຍປ່າ ຈົນເຮັດໃຫ້ເຕົ່າຜູ້ໜ້າສົງສານຕ້ອງຕາຍເຫຼືອໄວ້ແຕ່ອອງເຕົ່າກັບຕໍໄມ້ເທົ່ານັ້ນ. ສໍານວນກາບກອນ ລ້ວນແຕ່ເປັນສໍານວນທີ່ມ່ວນອອນຊອກ ແລະຮຽນຮູ້ຄໍາສັບທີ່ຫຼາກຫຼາຍ, ເຂົ້າໃຈຄວາມໝາຍ ໂດຍບໍ່ຕ້ອງແປ ອ່ານງ່າຍ ເຮັດໃຫ້ຜູ້ອ່ານເຂົ້າສູ່ອາລົມໄດ້ດີ, ທັງຊຸກຍູ້ໃຫ້ເດັກນ້ອຍຮູ້ຮັກທໍາມະຊາດ ແລະຮັກການອ່ານອີກດ້ວຍ.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ທ່ານ ນາງ ດວງເດືອນ ບຸນຍາວົງ
ຜູ້ຈຳໜ່າຍ ທ່ານ ນາງ ດວງເດືອນ ບຸນຍາວົງ 40 %
ພີມຄັ້ງທີ່ 1
ພີມປີ 2014
Scroll