ທ້າວ ສຸວັນນະສາມ
60,000 ₭
ນໍ້າໜັກ 0.20 kg
ເລື່ອງ“ທ້າວ ສຸວັນນະສາມ” ເປັນນິທານຊາດົກຄໍາກອນ ແມ່ນຫນັງສືທີ່ແປງຈາກຄໍາພີ ທະສະຊາຕະກະ ແລະແຕ່ງເປັນຄໍາກອນພາສາລາວ, ໂດຍ: ມະຫາສິລາ ວີຣະວົງສ.
ໃນເລື່ອງນີ້, ໄດ້ກ່າວການບໍາເພັນພຽນຊາດໜຶ່ງທີ່ພະພຸດທະອົງໃຊ້ຊາດເປັນພະໂພທິສັດດ້ວຍການເກີດມາເປັນທ້າວສຸວັນນະສາມຜູ້ທີ່ມີຈິດໃຈກະຕັນຍູກະຕະເວທີຕໍ່ຜູ້ບັງເກີດເກົ້າຄືໄດ້ລ້ຽງພໍ່ແມ່ຂອງຕົນດ້ວຍຄວາມອົດທົນ.
ນອກຈາກນີ້, ຍັງໄດ້ສອດແຊກຫຼັກທໍາຄໍາສອນຫຼາຍຢ່າງທີ່ເປັນປະໂຫຍດຕໍ່ຄົນລາວຊາວພຸດ. ການຂຽນປະກອບໄປດ້ວຍຄໍາກອນທີ່ເກາະກ່າຍມ່ວນອອນຊອນ ແລະຈັບອົກຈັບໃຈເວລາອ່ານ.