ທ້າວ ກອນເຕີຍ
26,000 ₭
ນໍ້າໜັກ 0.15 kg
ປຶ້ມ “ທ້າວ ກອນເຕີຍ” ເປັນປຶ້ມໂຮມນິທານພື້ນເມືອງຊົນເຜົ່າຕ່າງໆ ຮີບໂຮມໂດຍ ທ່ານ ບົວໄລ ເພັງແສງຄໍາ ເໝາະສໍາລັບທຸກເພດທຸກໄວ.
ເລື່ອງ “ທ້າວກອນເຕີຍ” ກ່າວເຖິງຊາຍຜູ້ທຸກຂະຕະຜູ້ດຸໝັ່ນ ແລະສະຫຼາດ ຊື່ວ່າ ທ້າວກອນເຕີຍ ທີ່ເປັນລູກເຂີຍພະຍາ ແຕ່ຖືກເນລະເທດອອກຈາກເມືອງຍ້ອນຄວາມທຸກຈົນເປັນອຸປະສັກ ແລະກ່າວເຖິງສິງຂອງວິເສດ ເຊິ່ງຈະເຮັດໃຫ້ຊີວິດຂອງທ້າວກອນເຕີຍ ດີຂຶ້ນ ຫຼືບໍ? ປຶ້ມເຫຼັ້ມນີ້ມີຄຳຕອບ...
ນອກຈາກນີ້, ຍັງມີນິທານພື້ນເມືອງອີກ 15 ເລື່ອງ ທີ່ມີເນື້ອຫາສາລະດີ ມ່ວນອອນຊອນ, ໃຫ້ຂໍ້ຄິດ ແລະກໍໃຫ້ເກີດຈິນຕະນາການ ທີ່ເປັນປະໂຫຍດຢ່າງຍິ່ງແກ່ຜູ້ອ່ານ.