120,000 ₭
ລະຫັດປື້ມ: #E-002616
ສະຖານະ: ພ້ອມສົ່ງ
ນະວະນິຍາຍເລື່ອງ “ຮັກນີ້ນິລັນດອນ”, ເປັນຜົນງານຂອງ ທິບພະເກສອນ ດວງຈັກ, ເຊິ່ງເປັນເລື່ອງທີ່ໄດ້ຮັບລາງວັນສິນໄຊ ປະຈໍາປີ 2016, ເໝາະສໍາລັບໄວໜຸ່ມຜູ້ທີ່ກໍາລັງສະແຫວງຫາຄວາມຮັກ ແລະຄົນທົ່ວໄປ.
ເລື່ອງດັ່ງກ່າວ,ໄດ້ກ່າວເຖິງວາໂຍຊາຍໜຸ່ມຜູ້ທີ່ມີຫົວໃຈເຕັມປ່ຽມໄປດ້ວຍຄວາມຮັກ ແລະການເສຍສະຫຼະອັນສູງສົ່ງ ແລະກ່າວເຖິງຮ່າງກາຍໃໝ່ກັບຫົວໃຈດວງເກົ່າທີ່ຍັງຄົງຄອຍຄວາມຮັກອັນອະມະຕະ.
ພ້ອມກັນນັ້ນ, ໃນເລື່ອງຍັງມີຫຼາກຫຼາຍແງ່ມຸມທີ່ໃຫ້ຂໍ້ຄິດ ແລະບົດຮຽນທີ່ໜ້າສົນໃຈ. ດ້ວຍສັບສໍານວນທີ່ມ່ວນອອນຊ້ອຍ ແລະທ່ວງທໍານອງພາສາທໍາມະດາເຂົ້າໃຈງ່າຍ.