55,000 ₭
ລະຫັດປື້ມ: #E-002179
ສະຖານະ: ພ້ອມສົ່ງ
“ອັນວ່າ ຄວາມສະເໜຫາ” ປຶ້ມໂຮມກະວີນິພົນຂອງ ດວງເດືອນ ບຸນຍາວົງ ເປັນກະວີເພື່ອສິ່ງແວດລ້ອມ ແລະວັດທະນະທຳ, ເດັກນ້ອຍອ່ານໄດ້ ຜູ້ໃຫຍ່ອ່ານດີ ເໝາະສົມກັບຄົນທຸກເພດທຸກໄວ.
ຄວາມຮັກ, ຄວາມສະເໜາຫາ ເກີດຂຶ້ນກັບທຸກຄົນ ແມ່ນແຕ່ສັດສາວາສິ່ງ. ໃນປຶ້ມໂຮມກະວີ “ອັນວ່າຄວາມສະເໜຫາ” ໄດ້ກ່າວເຖິງຊີວິດອັນນ້ອຍໆຂອງນົກ ແລະສັດຊະນິດອື່ນໆ ທີ່ຖືກນາຍພານເຮົາຕາມລ່າ, ກ່າວເຖິງສຽງຮຽກຮ້ອງຫາຄວາມເມດຕາປານີ, ຄວາມສົົງສານຈາກຄົນ...
ນອກຈາກນີ້, ຍັງມີເນື້ອໃນອື່ນໆທີ່ໜ້າສົນໃຈ ພ້ອມດ້ວຍສຳນວນຄຳກອນທີ່ນິ່ມນວນອ່ອນຊ້ອຍ, ເຂົ້າໃຈງ່າຍ, ມີຈັງຫວະ ການສໍາຜັດເກາະກາຍທີ່ດີ ສາມາດເປັນສວນອັກສອນສິນ ທີ່ນຳພາຜູ້ອ່ານເພີດເພີນໄປນຳໄດ້, ທັງສາມາດເປັນຕຳລາຮຽນ ແລະເປັນຄູໃຫ້ແກ່ນັກຂຽນນັກກະວີຮຸ່ນໃໝ່ທີ່ກຳລັງເຝິກຝົນຕົນເອງຢູ່.